ຄວາມສ່ຽງຂອງການເກີດພະຍາດອະຫິວາ ໃນໂລກຍັງຢູໃນລະດັບສູງ
ສຳນັກຂ່າວສານຊິນຮວາລາຍງານ ວັນທີ 12 ກຸມພາ 2024 ນີ້ວ່າ: ບົດລາຍງານສະບັບໜຶ່ງຂອງອົງການ ອະນາໄມໂລກ ໄດ້ຢືນຢັນ
ວ່າ: ນັບແຕ່ເຂົ້າສູ່ປີ 2024 ເປັນຕົ້ນມາ, ຄວາມສ່ຽງທີ່ຈະພາໃຫ້ເກີດການແພ່ລະບາດຂອງພະຍາດອະຫິວາ ໃນໂລກ ແມ່ນສືບຕໍ່ຂະຫຍາຍ
ໃນລະດັບສູງ.
ພຽງແຕ່ເດືອນມັງກອນປີ 2024 ເດືອນດຽວ ໄດ້ມີລາຍງານ ວ່າມີຜູ້ເປັນພະຍາດອະຫິວາທັງໝົດ 40.900 ຄົນ ແລະ ມີຜູ້ເສຍຊີ
ວິດ 775 ຄົນ ຈາກ 17 ປະເທດ ໃນທະວີບອາຟຣິກາ, ພາກຕາເວັນອອກຂອງທະເລ ເມດີແຕຣາເນ, ທະວີບ ອາເມລິກາ ແລະ ພາກພື້ນ
ອາຊີຕາເວັນອອກສຽງໃຕ້.
ໃນຂະນະທີ່ ອົງການອະນາໄມໂລກ ໃຫ້ຮູ້ວ່າ: ວຽກງານການຮັບມືກັບພະຍາດອະຫິວາຂອງໂລກ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກ
ການຂາດເຂີນວັກຊິນຕ້ານອະຫິວາຢ່າງໜັກໜ່ວງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2024